Dek-D.com ใช้คุกกี้เพื่อพัฒนาประสบการณ์ของ
ผู้ใช้ให้ดียิ่งขึ้น เรียนรู้เพิ่มเติมที่นี่
ยอมรับ

15 ວິທີແຊັດໃຫ້ຖືກໃຈ ໃຜໆກໍຢາກລົມນຳ

ตั้งกระทู้ใหม่
ตั้งกระทู้ใหม่
  ຈູ່ເອງກໍ່ເປັນຄົນໜຶ່ງທີກຳລັງລົມ ຫຼື ທຳຄວາມຮູ້ຈັກກັບຄົນບາງຄົນໃນຊ່ອງທາງແຊັດ ຫຼື Social Network ແລະກໍຢາກຈະກະຊັບຄວາມສຳພັນກັບເຂົາຄົນນັ້ນໃຫ້ດີຂຶ້ນ.
ບາງຄັ້ງ ພຽງແຕ່ສ້າງຄວາມປະທັບໃຈໃຫ້ເກີດເຂຶ້ນຈາກຂັ້ນຕອນນີ້ກໍຖືວ່າເປັນການເລີ່ມຕົ້ນຂອງການຍົກລະດັບຄວາມສຳພັນເຊັ່ນກັນ ແລະຕອນນີ້ ຈູ່ຂໍນຳສະເໜີ 15 ວິທີແຊັດໃຫ້ເປັນທີ່ຕິດໃຈມາຝາກກັນ ຈະມີອັນໃດແດ່ນັ້ນເຮົາມາເບິ່ງນຳກັນເລີຍ~ ^__^

1. ພິມໃຫ້ຄ່ອງ:
    ການພິມໃຫ້ຄ່ອງແລະຖືກຕ້ອງ ຖືວ່າເປັນສິ່ງສຳຄັນທີ່ຈະຊ່ວຍໃຫ້ການສົນທະນາລະຫວ່າງເຮົາແລະເຂົາໄປດ້ວຍດີ ທັງຄວາມເຂົ້າໃຈຕົງກັນ ແລະບໍ່ເຮັດໃຫ້ການສົນທະນາເປັນໄປຢ່າງເຊື່ອງຊ້າ ເນື່ອງຈາກຖ້າຕອບກັນໄປມານັ້ນເອງ.

2. ຄິດກ່ອນ ແລະ ຕອບໃຫ້ໄວ:
    ຖາມຕົວເອງລະກັນວ່າ...ເວລາທີ່ຄົນອື່ນຕອບເຮົາຊ້າ ເຮົາຈະຮູ້ສຶກແບບໃດ?? ບາງທີເຮົາຕອບຄົນອື່ນຊ້າ ຄວາມຮູ້ສຶກດຽວກັນນັ້ນອາດຈະເກີດຂຶ້ນກັບເຂົາເຊັ່ນດຽວກັນ
ຄວນຄຳນຶງໄວ້ວ່າ ຍິ່ງເວລາຜ່ານໄປດົນສຳ່ໃດ ຄວາມຄິດທີ່ເຂົາຄິດຂຶ້ນກໍ່ຈະມີໂອກາດຫຼາຍຂຶ້ນເທົ່ານັ້ນ ອີກທັງການບໍ່ປ່ອຍໃຫ້ໃຜຖ້າດົນກໍສະແດງເຖິງຄວາມໃສ່ໃຈ ແລະ ການໃຫ້ກຽດຄູ່ສົນທະນານຳ ນອກຈາກນີ້ການທີ່ຈະຕອບຫຍັງໃຫ້ໄວ ກໍ່ບໍ່ຄວນລືມທີ່ຈະຄິດກ່ອນເວົ້ານຳເດີ້(ຈະໄດ້ບໍ່ຖືກເອີ້ນວ່າພວກເວົ້າບໍ່ຄິດ).

3. ເປັນກັນເອງ ບໍ່ເສແສ້ງ:
    ບາງຄັ້ງການທີ່ພິມຫຍັງ ລົມກັບໃຜ ກໍ່ບໍ່ຈຳເປັນໃຊ້ພາສາທາງການຫຼາຍກໍ່ໄດ້(ໃນກໍລະນີທີ່ບໍ່ໄດ້ລົມກັບຜູ້ໃຫຍ່ຫຼືຕິດຕໍ່ລາຊະການ) ແນ່ນອນວ່າການໃຊ້ຫຼັກພາສາໃຫ້ຖືກຕ້ອງຍັງເປັນສິ່ງສຳຄັນ ແຕ່ພາສາກໍມີຫຼາຍລະດັບເດີ້ ລອງໃຊ້ພາສາທີ່ເຂົ້າໃຈງ່າຍໆທີ່ຄ້າຍຄືພາສາເວົ້າກໍ່ໄດ້ ຈະໄດ້ເຮັດໃຫ້ເຂົ້າໃຈອາລົມ ແລະ ສື່ຄວາມຮູ້ສຶກໄດ້ຍິ່ງຂຶ້ນ.

4. ປ່ຽນຄຳ ປ່ຽນຄວາມຮູ້ສຶກ:
    ເຖິງວ່າຈະເປັນສະຖານະການດຽວກັນ ສິ່ງດຽວກັນ ແຕ່ເຖິງວ່າຈະຄືກັນ ເຮົາກໍສາມາດເລືອກໃຊ້ຄຳເວົ້າອະທິບາຍໄດ້ຫຼາຍຮູບແບບ ບາງທີການຮູ້ຈັກລອງປ່ຽນຄຳເວົ້າແນ່ ກໍອາດຈະປ່ຽນອາລົມບາງເລື່ອງຈາກໜ້າມືເປັນຫຼັງມືໄດ້ຄືກັນ
ດັ່ງນັ້ນການເລືອກຄຳກໍອາດຈະເປັນໜຶ່ງທຣິດທີ່ດີທີ່ບໍ່ຄວນເບິ່ງຂ້າມເລີຍ.

5. ຕະລົກແນ່ ໃຜກໍ່ມັກ:
    ແໝ່~ຖາມໃຜໆ ກໍຢາກຢູ່ໃກ້ຄົນທີ່ເຮັດໃຫ້ເຂົາຮູ້ສຶກດີມີຄວາມສຸກດ້ວຍກັນທັງນັ້ນ ການຈິງຈັງກັບຊີວິດ ຫຼື ຄຽດເກີນໄປ ມັນກໍເປັນການບັ່ນທອນເຂົາກັບເຮົາແບບແປກໆໄປລ້າໆ ແຕ່ທີ່ບອກຈະໃຫ້ "ຕະລົກ" ກໍ່ບໍ່ໄດ້ໝາຍຄວາມວ່າຈະໃຫ້ຫຼິ້ນບໍ່ເລີກ ກວນບໍ່ຢັ້ງ ບໍ່ແມ່ນໃດ໋ ອັນນັ້ນມັນກໍຈະເບິ່ງເປັນຕາລຳຄານຫຼາຍກວ່າ ເອົາເປັນວ່າຮູ້ຈັກມອບຮອຍຍິ້ມໃຫ້ແກ່ຄົນອື່ນແນ່ ຄວາມສະບາຍໃຈຈຶ່ງໄດ້ເກີດຂຶ້ນກັບເຮົາແລະກະເຂົາ.

6. ເຜືອກແນ່ກໍ່ດີ ຖາມນູ້ນຖາມນີ້ແນ່ກໍ່ໄດ້:
    ກໍເຂົ້າໃຈເລື່ອງພື້ນທີ່ສ່ວນຕົວຢູ່ ດັ່ງນັ້ນ ຫາກຄິດຈະຖາມເລື່ອງຫຍັງກ່ຽວກັບເຂົາ ກໍຄວນຈະວິເຄາະນຳວ່າ ເຮົາຈະລຸກລຳ້ຄວາມເປັນສ່ວນຕົວຂອງເຂົາຫຼືບໍ່?? ການທີ່ເຮົາກ້າຖາມຫຍັງຈັກຢ່າງແລ້ວພົບວ່າເຂົາກໍພ້ອມຈະຕອບຄຳຖາມຂອງເຮົາເຊັ່ນກັນ ຖືເປັນປະຕູທີ່ຈະເຮັດໃຫ້ເຮົາກັບເຂົາເປີດຮັບແລະຮຽນຮູ້ກັນຫຼາຍຂຶ້ນ ອີກທັງຍັງຕັດບັນຫາໃຫ້ຄູ່ສົນທະນາທີ່ເກີດເປັນຄົນຂີ້ອາຍ ບໍ່ກ້າເລົ່າເລື່ອງຫຍັງສູ່ຟັງອີກນຳ.

7. ຮູ້ຈັກຮັບຟັງ ບໍ່ແມ່ນພົ່ນຝ່າຍດຽວ:
    ການເປັນຝ່າຍໂມ້ນູ້ນນັ້ນນີ້ຢູ່ຝ່າຍດຽວ ໂດຍບໍ່ຮັບຟັງຄົນອື່ນ ບໍ່ຊ່ວຍໃຫ້ການສົນທະນາສານຕໍ່ໄປໄດ້ດົນ ອີກທັງຍັງບໍ່ໄດ້ຊ່ວຍໃຫ້ການເວົ້າຈາເປັນໃນທາງທີ່ດີນຳ ການແຊັດຂອງເຮົາກັບເຂົາຈະໄປດ້ວຍກັນໄດ້ດີກວ່າ ຫາກຕ່າງຄົນຕ່າງມີສ່ວນຮ່ວມໃນການສະແດງຄວາມຄິດເຫັນໃນເລື່ອງດຽວກັນ ເຮົາຈະພົບວ່າ ການເປັນຝ່າຍເວົ້າແລະຮັບຟັງຈະຊ່ວຍໃຫ້ເຮົາກັບເຂົາລົມກັນໄດ້ມ່ວນຍິ່ງຂຶ້ນ.

8. ຫຼີກລ່ຽງການຫຍາບຄາຍແຮງໆ:
    ສະເພາະກັບຄົນທີ່ເລີ່ມຕົ້ນທຳຄວາມຮູ້ຈັກ ແລະເຮົາຫາກຮູ້ວ່າຕົວເອວເປັນຄົນ"ປາກຈັດ"ຢູ່ແລ້ວ ເຖິງວ່າການສະແດງຄວາມເປັນຕົວເອງອອກມາເປັນສິ່ງທີ່ດີ ແຕ່ຫາກຈະພົ່ນແຕ່ຄຳເວົ້າເສຍໆຫາຍໆອອກມາ ກໍມີແຕ່ຄຳເວົ້າເຫຼົ່ານັ້ນຈະທຳລາຍຕົວເຮົາເອງ ອີກທັງຍັງບໍ່ມີໃຜທີ່ວັນໆຢາກລົມກັບຄົນທີ່ເວົ້າຫຍາບຄາຍຕະຫຼອດ(ຖ້າບໍ່ມີຫຍັງດີແທ້ໆ) ດັ່ງນັ້ນເກັບຄວາມຫຍາບຄາຍໄວ້ໄປໃຊ້ບໍ່ທີ່ເໝາະສົມນ່າຈະດີກວ່າ ແລ້ວປ່ຽນແປງໃຊ້ຄຳເວົ້າທີ່ດີນັ້ນອາດຈະເຮັດໃຫ້ເຮົານ່າຮັກຫຼາຍກວ່າເດີ້ 555

9. ຄວາມຈຳດີ ໃຜໆກໍມັກ:
    ໂດຍສະເພາະກໍລະນີທີ່ຄູ່ແຊັດຂອງເຮົາເປັນຄົນລະອຽດອ່ອນ ໃສ່ໃຈລາຍລະອຽດ ການທີ່ເຮົາສາມາດຈົດຈຳເລື່ອງລາວທີ່ເຄີຍຮັບປາກ ຫຼື ແມ້ກະທັ່ງເລື່ອງເລັກໆນ້ອຍໆກ່ຽວກັບເຂົາໄດ້ ຍ່ອມເປັນການສະແດງເຖິງຄວາມໃສ່ໃຈທີ່ເຮົາມີ(ຫຼືອາດສະແດງວ່າເຮົາເປັນຄົນທີ່ມີຄວາມຈຳດີ) ແນ່ນອນວ່າມັນເປັນສິ່ງປະທັບໃຈທີ່ເຮັດໃຫ້ເຂົາຮູ້.

10. ວາງທິຕິລົງກ່ອນນອນ:
     ສຳລັບໃຜທີ່ເປັນພວກເຈົ້າຄິດເຈົ້າແຄ້ນ ແລະມັກເກີດຂຶ້ນກັບຊາວຕິດແຊັດເປັນຈຳນວນຫຼາຍ ເຊັ່ນກໍລະນີທີ່ວ່າ ເຫັນເຂົາຕອບຊ້າ ເຮົາກໍຕອບຊ້າ ເຫັນເຂົາບໍ່ຕອບ ເຮົາກໍບໍ່ຕອບ ປະມານວ່າເຈິະແບບໃດກໍເອົາຄືນເຂົາແບບນັ້ນ
ຈູ່ຂໍບອກເລີຍວ່າ ວິທີນີ້ມັນບໍ່ເວີຣ໌ກ!! ແຖມຍັງມີແຕ່ເສຍກັບເສຍ ເພາະມັນບໍ່ໄດ້ຊ່ວຍໃຫ້ການສົນທະນາລະຫວ່າງເຮົາກັບເຂົາເປັນໄປໃນທາງທີ່ດີຂຶ້ນເລີຍ.ມີແຕ່ຈະລົງເຫວດ້ວຍຊຳ້. ຈົ່ງທຳຄວາມເຂົ້າໃຈວ່າ ບໍ່ແມ່ນທຸກຄົນຫຼັອກ ທີ່ຈະສາມາດເຮັດຕາມຄວາມຕ້ອງການຂອງເຮົາ ຫຼືແຄຣ໌ເຮົາໄດ້ເທົ່າກັບທີ່ເຮົາມີຕໍ່ເຂົາ ແລະ ພະຍາຍາມຢ່າຄາດຫວັງວ່າເຂົາຈະຮັບຮູ້ສິ່ງທີ່ເຮົາຈະພະຍາຍາມເອົາຄືນເຂົາ. ດັ່ງນັ້ນ ຈົ່ງເຮັດຕົວປົກກະຕິດີກວ່າ ຢ່າງໜ້ອຍຖ້າການທີ່ເຮົາຄິດວ່າຕົວເອງເຮັດດີແລ້ວ ກໍຈົ່ງເຮັດຕໍ່ໄປ ສິ່ງດີໆທີ່ເຮົາເຮັດກໍຍັງຢູ່ນຳເຮົາ ເຮັດດີຢ່າຫວັງຜົນ!! ຈັ່ງໃດກໍຕາມ ຈູ່ຂໍເອົາໃຈຊ່ວຍໃຫ້ເຂົາເຫັນສິ່ງທີ່ເຮົາສະແດງອອກເຖິງຄວາມເອົາໃຈໃສ່ ທີ່ເຮົາມີຕໍ່ເຂົາລະກັນ.

11. ຄວາມສະໝຳ່ສະເໝີ ແລະ "ພໍດີ":
     ການເຮັດຕົວລຶກລັບ ດ໋ຽວມາດ໋ຽວຫາຍ ຫຼື ຫຼາຍໄປໜ້ອຍໄປ ຈະເຮັດໃຫ້ເຮົາບໍ່ໄດ້ຮັບຄວາມໄວ້ວາງໃຈ ຫຼື ນ່າເຊື່ອຖືຫຼາຍຢ່າງ...ຫຼາຍໄປກໍບໍ່ດີ ໜ້ອຍໄປກໍບໍ່ດີເຊັ່ນກັນ ແລະມັນກໍ່ລວມໄປເຖິງກໍລະນີການແຊັດກັບໃຜຈັກຄົນຢ່າງທີເຮົາກຳລັງລົມກັນຢູ່ຕອນນີ້ ເອົາເປັນວ່າການສະແດງອອກທີ່ "ພໍດີ" ແລະ "ສະໝຳ່ສະເໝີ" ຍ່ອມເຮັດໃຫ້ໄດ້ຮັບຄວາມໄວ້ວາງໃຈ ຈາກຄວາມຊັດເຈນທີ່ເຮົາໄດ້ສະແດງອອດມານັ້ນເອງ.

12. ຮູ້ຈັກເວລຳ່ເວລາແດ່ກໍດີ:
     ຄົນເຮົາມັກມີທຸລະທີ່ຕ້ອງຮັບຜິດຊອບດ້ວຍກັນທັງນັ້ນ ບໍ່ວ່າຈະເປັນ ຮຽນ ເຮັດວຽກ ເຂົ້າສັງຄົມ ຫຼື ໃຊ້ເວລາກັບຄອບຄົວ ບາງຄັ້ງ"ງານເລັ່ງ/ງານດ່ວນ" ກໍອາດເຂົ້າມາບໍ່ຮູ້ຕົວກໍມີ. ດັ່ງນັ້ນ ບໍ່ແມ່ນວ່າທຸກຄົນຈະສາມາດມີເວລາລົມກັບເຮົາໄດ້ສະເໝີທຸກທີ່ທຸກເວລາ ແລະກະບໍ່ແມ່ນວ່າເຮົາຈະໄປ "ແຍ້ວໆ!!" ເຈົ້າກີ້ເຈົ້າການກັບຊີວິດຂອງຄົນອື່ນ ຫຼື ຊວນລົມໄດ້ຕະຫຼອດ 24 ຊມ. ຈົນບໍ່ໄດ້ຫຼັບບໍ່ໄດ້ນອນ ດັ່ງນັ້ນ ການຮູ້ຈັກເວລາ ຈຶ່ງເປັນສິ່ງທີ່ດີ ທີ່ເຮົາແລະເຂົາ ຈະບໍ່ໄດ້ເສຍສຸຂະພາບຈິດ ແລະ ສຸຂະພາຍກາຍດ້ວຍນັ້ນເອງ.

13. ຢ່າໃຊ້ວິທີ "ຖາມຄຳ-ຕອບຄຳ":
     ສັ້ນໆ ງ່າຍໆ ຄື ເພາະວິທີນີ້ບໍ່ໄດ້ຖືກຈັດເປັນວິທີທີ່ສາມາດເຮັດໃຫ້ໃຜປະທັບໃຈ ໃນການເວົ້າຈາກັບເຮົາໄດ້ເລີຍ..ແຕ່ວິທີນີ້ເໝາະສຳລັບການເວົ້າຈາກັບໃຜກໍຕາມ ທີ່ບໍ່ໄດ້ມີເລື່ອງຢາກຈະລົມກັນຫຼາຍກວ່າ.

14. ຈະພິມຫຼິ້ນພິມລົມ ກໍໃຫ້ມັນຖືກທີ່ຖືກເວລາ:
      ຖືວ່າເປັນສິ່ງທີ່ຄວນໃຫ້ຄວາມສຳຄັນເຊັ່ນ: ໃນບາງຊ່ວງເວລາທີ່ເຂົາກຳລັງເສົ້າ ຈາກການສູນເສຍສິ່ງສຳຄັນ ບໍ່ວ່າຈະເປັນສິ່ງຂອງ ຫຼື ຄົນຮັກ. ການທີ່ເຮົາສະແດງທ່າທີເປັນຫຼິ້ນ(ເຖິງວ່າເຮົາຄິດພຽງຈະຕ້ອງການໃຫ້ເຂົາກັບມາຫົວເຣາະໄດ້ອີກຄັ້ງ) ແຕ່ບາງຄັ້ງຄົນເຮົາມັນກໍຕ້ອງໃຊ້ເວລາໃນການປັບຄວາມຮູ້ສຶກ ດັ່ງນັ້ນ ການເຮັດເປັນຫຼິ້ນກັບຄວາມທຸກຂອງຄົນອື່ນ ມັນເປັນສິ່ງທີ່ບໍ່ໄດ້ຊ່ວຍເຮັດໃຫ້ຫຍັງດີຂຶ້ນເລີຍ ກົງກັນຂ້າມ ເຜີໆ ເຂົາຈະຄິດວ່າເຮົາບໍ່ໃສ່ໃຈຄວາມຮູ້ສຶກເຂົາດ້ວຍຊຳ້ ດັ່ງນັ້ນ ຈະຫຼິ້ນຫຍັງ ຫຼື ພິມຕະລົກສຳ່ໃດ ກໍ່ຕ້ອງຄຳນຶງເຖິງຊ່ວງເວລາແດ່ :-) 

15. ໃຈເຢັນ:
     ການດ່ວນຕັດສິນ ຟ້າວພິມ ຫຼື ຟ້າວເຮັດຫຍັງຈັກຢ່າງ ບໍ່ຊ່ວຍໃຫ້ອັນໃດດີເລີຍ ບໍ່ວ່າຈະຕື່ນເຕັ້ນ ຫຼື ຟ້າວສຳ່ໃດກໍ່ຕາມ ການມີ "ສະຕິ" ຍັງເປັນສິ່ງທີ່ຄວນມີຢູ່່ສະເໝີ ທີ່ສຳຄັນ ການບໍ່ໃຊ້ອາລົມ ຈະຊ່ວຍຫຼຸດຄວາມຂັດແຍ້ງລະຫວ່າງເຮົາແລະເຂົາ ເຊິ່ງຖືເປັນເລື່ອງທີ່ດີ ດັ່ງນັ້ນ ໃຈເຢັນໆເດີ້ ໄວລຸ້ນນະ 5555

     ຢ່າງໃດກໍດີ ການສົນທະນາລົມກັບບາງຄົນຜ່ານຊ່ອງທາງແຊັດ ກໍຄືກັບການລົມກັນແບບປົກກະຕິ ເຊິ່ງຄວາມຈິງໃຈ ແລະການຮູ້ຈັກໃຫ້ກຽດ ລວມເຖິງການໃສ່ໃຈຄູ່ສົນທະນາກໍຖືເປັນເລື່ອງສຳຄັນ ຍິ່ງໄປກວ່ານັ້ນ ສິ່ງທີ່ສຳຄັນທີ່ສຸດ ທີ່ທຸກຄົນບໍ່ຄວນລືມກໍ່ຄື "ຄົນຂ້າງໆ" ຢ່າລືມໃຫ້ຄວາມສຳຄັນກັບຄົນຂ້າງໆຂອງເຮົານຳ ການວາງມືຖືລົງຂະນະທີ່ໝູ່ຢູ່ຂ້າງໆຂອງເຮົາ ກໍເປັນການໃຫ້ກຽດ ແລະໃຫ້ຄວາມສຳຄັນ ຕໍ່ຄົນໃນໂລກແຫ່ງຄວາມເປັນຈິງຂ້າງໆເຮົາ ນອກພື້ນທີ່ Socail Network ເດີ້ ຈະບອກຫ້າຍຍຍຍ~~
>>ສຳລັບມື້ນີ້ ຈຸ໊ຈູ່ ຂໍລາໄປກ່ອນ ພົບກັນໃໝ່ໃນໂອກາດໜ້າ
....ສະບາຍດີ...^^
ຂອບໃຈທີ່ເຂົ້າມາອ່ານເດີ້ທຸກຄົນ^____^

แสดงความคิดเห็น

2 ความคิดเห็น