Dek-D.com ใช้คุกกี้เพื่อพัฒนาประสบการณ์ของ
ผู้ใช้ให้ดียิ่งขึ้น เรียนรู้เพิ่มเติมที่นี่
ยอมรับ

ກ່າວຄຳບາງຢ່າງອອກມາຈາກ....^^

ตั้งกระทู้ใหม่
ตั้งกระทู้ใหม่
     ສະບາຍດີຈ໊ະ ທຸກໆຄົນ ມື້ນີ້ຈູ່ຢາກຈະລະບາຍບາງສິ່ງບາງຢ່າງຢູ່ໃນໃຈ^^
     ຂໍຖາມແນ່ ທຸກຄົນເຄີຍຕົວະໃຜບໍ່ ຕົວະແລ້ວນຽນເລີຍຫັ້ນນະ ແຕ່ສຳລັບຈູ່ນິເຄີຍໃດ໋ ແຕ່ບໍ່ນຽນດອກ ແລະກະບໍ່ໄດ້ຕັ້ງໃຈຈະເຮັດແບບນີ້ເລີຍ ເພາະວ່າທຸກໆຄວາມສຳພັນຖ້າເຮົາເລີ່ມຕົ້ນດ້ວຍການຂີ້ຕົວະ ມັນຈະບໍ່ຍືນຍາວ.
    ເອີ່ມ~ ເລື່ອງນີ້ຈະມີເລື່ອງທີ່ເຂົ້າໃຈກັນຜິດຢູ່ນຳເດີ້ ແບບວ່າຊັບຊ້ອນອີ່ຫຼີ.
    ທຳອິດໝູ່ຂ້ອຍຫຼິ້ນໂທລະສັບຂ້ອຍໄປຄອມເມັ້ນໂພສລາວ ແລະລາວກະທັກມາ ຕອນທຳອິດ ໝູ່ຂ້ອຍແຊັດນຳລາວ (ມີແຕ່ຕອນທຳອິດເທົ່ານັ້ນ) ແລ້ວຕໍ່ມາແມ່ນຂ້ອຍແຊັດເອງ 555 
    ໝູ່ຂ້ອຍກະບໍ່ໄດ້ບອກລາວໃດ໋ວ່າແມ່ນໂທລະສັບຂ້ອຍ ບາດລາວທັກມາອີກ ຂ້ອຍກະແຖເລີຍແຫຼະ 555
ແນວຢາກທຳຄວາມຮູ້ຈັກກັບລາວເນາະ ອີກຢ່າງໜຶ່ງຂ້ອຍກະມັກສ້າງມິດຕະພາບຢູ່ແລ້ວ...
ມາມື້ໜຶ່ງລາວກະສົງໄສ ແລະກະຈັບໄດ້ທີ່ຮູ້ວ່າຂ້ອຍແມ່ນໃຜ 5555 ລາວເປັນຄົນທີ່ລະອຽດຊັດເຈນດີຄືກັນໃດ໋ 555
ຂ້ອຍແຊັດກັບລາວບໍ່ໄດ້ເທົ່າໃດ ຂ້ອຍກະເບິ່ງອອກແລ້ວວ່າລາວເປັນຄົນຈັ່ງໃດ...
ລາວເປັນຄົນທີ່ມີອາລົມຂັນ,ຂີ້ສົງໄສ,ແປກປະຫຼາດ,ຕົງໆ,ກ້າຜະເຊີນກັບສິ່ງແປກໃໝ່ຢູ່ສະເໝີ,ມີແນວຄິດທີ່ຊັດເຈນ ແລະ ກໍເປັນຄົນບໍ່ມັກເວົ້າຫຍັງທີ່ມັນຄິດຍາກ, ບໍ່ມັກການຂີ້ຕົວະແຕ່ວ່າຫຼົງໄຫຼຄວາມລັບ ແລະກະເປັນຄົນໃສ່ໃຈລາຍລະອຽດຂອງຄົນອ້ອມຂ້າງຢູ່ສະເໝີ ຄວາມຈື່ຈຳດີນຳເດີ້^_^
    ສຸດທ້າຍຂ້ອຍກໍບອກຄວາມຈິງກັບລາວທຸກຢ່າງທຸກປະການແລ້ວ ^__^
ແຕ່ວ່າກະບໍ່ຢາກບອກຕອນນີ້ດອກ ເພາະວ່າຂ້ອຍມີຫຼາຍສິ່ງຫຼາຍຢ່າງທີ່ຈະຖາມລາວຄືກັນ ແຕ່ວ່າມັນກໍສາຍໄປແລ້ວ ບໍ່ທັນລ່ະ 555 
ເຖິງວ່າຈະບໍ່ໄດ້ຖາມອີກກະບໍ່ເປັນຫຍັງ ຢ່າງໜ້ອຍກະໄດ້ຮູ້ຈັກກັນສຳ່ນີ້ກະພໍລ່ະ 555
ຄິດໄປຄິດມາເຮົານິກະ "ສະເພ່ລ່າ" ອີ່ຫຼີ ຖືກຈັບໄດ້ຕະຫຼອດ 5555
ແລະແລ້ວຕອນນີ້ ຂ້ອຍຢາກຈະກ່າວຄຳຂໍໂທດດ້ວຍໃຈຈິງ ເຖິງວ່າຈະຕັ້ງໃຈຫຼືບໍ່ໄດ້ຕັ້ງໃນກໍ່ຕາມ ແຕ່ກະເຮັດຜິດລົງໄປແລ້ວເນາະ ^___^
ຂໍໂທດເດີ້ "ພູວັງ ສຸລິປັນຍາ" ^__^
ເຖິງວ່າອັນນີ້ຈະ "ดีเลย์" ແຕ່ອັນນີ້ກໍຂໍໂທດດ້ວຍເຈຕະນາບໍລິສຸດໄຮ້ສານເຈືອປົນເລີຍເດີ້ ^___^
I'm sorry ^^

ທ້າວ ພູວັງ ສຸລິປັນຍາ
ກຣຸ໊ບເລືອດ B
ເກີດວັນເສົາ ທີ 13 ທັນວາ ຄສ 1997  ພສ 2540
^____________________________________^

แสดงความคิดเห็น

2 ความคิดเห็น

ความคิดเห็นนี้ถูกลบ

เว็บไซต์ Dek-D.com ขอสงวนสิทธิ์ในการงด โพสต์ข้อความซื้อ/ขาย/แลกเปลี่ยน/โฆษณา สินค้าทุกชนิดในเว็บบอร์ด เพื่อไม่ให้เป็นการรบกวนผู้ใช้งานท่านอื่น

vgbhjnkm 14 ก.พ. 60 เวลา 06:22 น. 2

พยามจะอ่าน เพราะรู้สึกเหมือนว่าตัวเองจะเข้าใจ
แต่ อ่านไปอ่านมา ก็เข้าใจแค่คำว่า ดีเลย์ กับ 555
เสียดายเนอะ

0